15 YouTube views, likes subscribers in 10 minutes. Free!
Get Free YouTube Subscribers, Views and Likes

TAPE 02 ຂັບລົດຈັກລວດດຽວ ໄປທົ່ວປະເທດລາວ LAO LOOP ขับมอเตอร์ไซค์ ไปทั่วประเทศลาว ลาวลูป

Follow
NOUZ Trip

TAPE 02 ຂັບລົດຈັກລວດດຽວ ໄປທົ່ວປະເທດລາວ LAO LOOP
ขับมอเตอร์ไซค์ ไปทั่วประเทศลาว ลาวลูป
.
ພາລະກິດ #ຂັບລົດຈັກອ້ອມປະເທດລາວ2023 ຂັບຜ່ານ ແລະ ເຊັກອິນທຸກໆແຂວງໃນລາວ ເພື່ອສໍາພັດຄວາມເປັນຢູ່ຂອງແຕ່ລະແຂວງ ພາບວິວທິວທັດ ແລະ ວິຖີຊີວິດຂອງປະຊາຊົນແຕ່ລະແຂວງ ບໍ່ວ່າຈະເປັນໃນເຂດຕົວເມືອງຫຼືຊົນນະບົດ ທີ່ຫ່າງໄກ ເຮົາກໍໄດ້ຜ່ານໄດ້ເຫັນ , ກັບໄລຍະທາງ 5000 ກວ່າ km ໃຊ້ເວລາ 17 ມື້ 16 ຄືນ ( ຊ້າກວ່າແຜນແນ່ ເພາະມີບັນຫາທາງເຕັກນິກລົດ ແລະ ທາງໂຫດກວ່າທີ່ຄາດໄວ້ 555 ) ເປັນທິບທີ່ໃຫຍ່ທີ່ສຸດທີ່ເຄີຍໄປມາ ໄດ້ຄວາມຊົງຈໍາທີ່ແສນມີຄ່າ ແລະ ອີກຫຼາຍໆຢ່າງກັບມາໃນທິບນີ້ ຄຸ້ມສຸດໆ
.
ງົບທີ່ໃຊ້ປະມານ 5 ລ້ານປາຍກີບ ຫຼື ບໍ່ຮອດ 9000 ບາດໄທ (ຖ້າບໍ່ໄດ້ແປງລົດ ແລະ ປ່ຽນອາໄລ່ລົດບາງຢ່າງກໍຈະປະຍັດກ່ວານີ້ອີກ ເປັນລ້ານກິບ ປ່ຽນເບກໜ້າຫຼັງ , ຢາງໃນ 4 ເສັ້ນ , ຢາງນອກຕີນຫຼັງອີກ 555 ຄັກສຸດ )
.
ຢ່າລືມຕິດຕາມເລື້ອງລາວຕ່າງໆທີ່ເກີດຂຶ້ນລະຫວ່າງການເດີນທາງກັນແນ່ເດິ້
Trip on 04/Oct/2023 to 20/Oct/2023
ຕ້ອງຂອບໃຈເພື່ອນຮ່ວມທາງ ທີ່ສູ້ຈົນຈົບທິບນີ້ນໍາກັນ Lith'z II & Tar Daophet
ຂັບຜ່ານ ແຕ່ລະແຂວງຕາມລໍາດັບ :
1. ແຂວງໄຊຍະບູລີ
2. ແຂວງບໍ່ແກ້ວ
3. ແຂວງຫລວງນໍ້າທາ
4. ແຂວງຜົ້ງສາລີ
5. ແຂວງອຸດົມໄຊ
6. ແຂວງຫລວງພະບາງ
7. ແຂວງຫົວພັນ
8. ແຂວງຊຽງຂວາງ
9. ແຂວງບໍລິຄໍາໄຊ
10. ແຂວງຄໍາມ່ວນ
11. ແຂວງສະຫວັນນາເຂດ
12. ແຂວງຈໍາປາສັກ
13. ແຂວງອັດຕະປື
14. ແຂວງເຊກອງ
15. ແຂວງສາລາວັນ
16. ແຂວງໄຊສົມບູນ
17. ແຂວງວຽງຈັນ
18. ສຸດທ້າຍກັບມາທີ່ ນະຄອນຫລວງວຽງຈັນ

#NouzTrip #ທ່ຽວລາວ #ທ່ຽວທົ່ວປະເທດ #RoadTrip #เที่ยวลาว #LaoLoop #ລາວLoop

posted by Orchideaa